ສປ ຈີນ ຈະເປີດໃຊ້ກ້ອງກວດຈັບດາວເຄາະນອກລະບົບສຸລິຍະໃນປີ 2026
ໂທລະພາບສູນກາງແຫ່ງ ສປ ຈີນ ເຜີຍແຜ່ວັນທີ 12 ກຸມພາ 2024 ນີ້, ມະຫາວິທະຍາໄລ ຊຽງໄຮ້ ຈຽວຕົງ ສປ ຈີນ, ໄດ້ພັດ
ທະນາກ້ອງໂທລະພາບ ສະເປັກໂຕຣສະໂກປິກ (Jiaotong University Spectroscopic Telescope) ຂະໜາດໃຫຍ່ ເຊີ່ງ
ອອກແບບມາເພື່ອຄົ້ນຫາດາວເຄາະ ນອກລະບົບສຸຣິຍະ ພ້ອມທັງເປີດເຜີຍວ່າ: ການກໍ່ສ້າງກ້ອງໂທລະພາບນີ້ ແມ່ນຢູ່ພື້ນທີ່ທາງຕາ
ເວັນຕົກສ່ຽງເໜືອຂອງຈີນ, ມີກຳນົດສ້າງສຳເລັດ ແລະ ເປີດໃຊ້ງານພາຍໃນປີ 2026. ໂຄງການສ້າງກ້ອງໂທລະພາບ ຈະຖືກກໍ່ສ້າງຢູ່
ເທິງພູຊ່າຍເສີນເຖິງ ໃກ້ກັບເມືອງ ເຫລີ່ງຫູທີ່ຊິງ ແຂວງ ຊິງໄຫ ທີ່ໄດ້ຈັດຕັ້ງຖານສັງເກດການທາງດາລາສາດ ແລະ ຈະເປັນກ້ອງໂທ
ລະພາບ ສະເປັກໂຕຣ ອັນໂດດເດັ່ນທີ່ສຸດຂອງຈີນ. ກ້ອງລຸ້ນນີ້ ຈະມີຮູຮັບແສງຂະໜາດ 4,4 ແມັດ, ສາມາດສັບປ່ຽນ ລະຫວ່າງແຫຼ່ງ
ເປົ້າໝາຍໄດ້ຢ່າງວ່ອງໄວ ແລະ ຊ່ວຍເຮັດໃຫ້ສັງເກດການທາງສະເປັກໂຕຣ ໄດ້ທັນທີ, ເຊິ່ງຄະນະນັກວິທະຍາສາດ ຄາດວ່າ: ກ້ອງດັ່ງ
ກ່າວ ຈະຊ່ວຍໃຫ້ປະສົບຜົນສຳເລັດ ທາງດ້ານການວິໄຈ ຫຼາຍລາຍການເຊັ່ນ: ດາລາສາດ, ໂດເມນເວລາ ແລະ ການສຳຫລວດດາວ
ເຄາະ ນອກລະບົບສຸຣິຍະ. ນອກຈາກນັ້ນ, ກ້ອງໂທລະພາບນີ້ ຍັງມີອຸປະກອນ ສະເປັກໂຕຣມິເຕີ ທີ່ມີຄວາມຊັດເຈນສູງ ທີ່ຈະຊ່ວຍ
ໃຫ້ຄວາມສາມາດເຮັດການສັງ ເກດການທາງ ສະເປັກໂຕຣ ແບບຫຼາຍເປົ້າໝາຍ ແລະ ຊັດເຈນສູງ ເປັນຄັ້ງທຳອິດຂອງໂລກ, ລວມເຖິງ
ຈະເພີ່ມປະສິດທິພາບການກວດຈັບດາວເຄາະ ນອກລະບົບສຸລິຍະຢ່າງຊັດເຈນ ແລະ ເລິກເຊິ່ງ.
ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 19/02/2024